Thursday, May 24, 2012

ເລື່ອງທີ່ 3 ຈົ່ງສະຫຼາດພໍທີ່ຈະອ່ານ

ເລື່ອງທີ່ 3: ຈົ່ງສະຫຼາດພໍທີ່ຈະອ່ານ......
ຈົ່ງ...ເຂັ້ມແຂງພໍທີ່ຈະພະເຊີນໜ້າກັບຄວາມຈິງ
ຈົ່່ງ...ອ່ອນແອພໍທີ່ຈະຮັບຮູ້ວ່າລຳພັງເຮົານັ້ນເຮັດຫຍັງບໍ່ໄດ້ໝົດທຸກຢ່າງ
ຈົ່ງ...ຟູມເຟືອຍນ້ຳໃຈ ເມື່ອມີໃຜຕ້ອງການຄວາມຊ່ວຍເຫຼືອ
ຈົ່ງ...ຄິດກ່ອນທຸກຄ້າງທີ່ຈະປ່ອຍເງິນອອກຈາກມື
ຈົ່ງ....ສະຫຼາດພໍທີ່ຈະຮູ້ວ່າເຮົາບໍ່ໄດ້ຮູ້ທຸກສິ່ງ
ຈົ່ງ....ໂງ່ພໍທີ່ຈະເຊື່ອໃນປະຕິຫານ
ຈົ່ງ....ເຕັມໃຈຈະແບ່ງປັນຄວາມສຸກຂອງຕົນເອງ
ຈົ່ງ...ເຕັມໃຈທີ່ຈະແບ່ງຮັບຄວາມທຸກຂອງຜູ້ອື່ນ


ຈົ່ງ....ເປັນຜູ້ນຳຫາກທາງທີ່ຜູ້ອື່ນສ້າງໄວ້ໃຫ້ນັ້ນມັນເລືອນລາງຈາງໄປ
ຈົ່ງ....ເປັນຜູ້ຕາມຫາກຕົກຢູ່ໃນວົງລ້ອມແຫ່ງຄວາມບໍ່ແນ່ນອນ
ຈົ່ງ....ເປັນຄົນທຳອິດທີ່ສະແດງຄວາມຍິນດີຕໍ່ຄວາມສຳເລັດຂອງຄູ່ແຂ່ງ
ຈົ່ງ...ເປັນຄົນສຸດທ້າຍທີ່ຈະວິຈານຄວາມຜິດພາດຂອງໝູ່
ຈົ່ງ...ເບິ່ງເອົາພຽງແຕ່ກ້າວຖັດໄປເພາະມັນຈະເຮັດໃຫ້ເຮົາບໍ່ລົ້ມ
ຈົ່ງ...ເບິ່ງໄປຍັງຈຸດໝາຍປາຍທາງໃຫ້ແນ່ໃຈວ່າ ບໍ່ໄດ້ກຳລັງເດີນໄປຜິດທາງ
ຈົ່ງ...ໃຊ້ເວລາເບິ່ງ ຫຼືໃຫ້ໂອກາດກັບຕົນເອງທີ່ຈະຮຽນຮູ້ຄົນທີ່ເຂົາບອກຮັກເຈົ້າ່
ຈົ່ງ...ຮັກຄົນທີ່ຮັກເຈົ້າ ແມ່ນແຕ່ອີກ 5 ປີ 10ປີ ຫຼື 50ປີ ເຂົາກໍຍັງຮັກເຈົ້າຢູ່
ຈົ່ງ...ຮັກຄົນທີ່ບໍ່ຮັກເຈົ້າແລ້ວ...ຈັກມື້ນຶ່ງເຂົາອາດຈະປ່ຽນໃຈມາຮັກທ່ານ
ຈົ່ງ...ຢ່າປ່ອຍໃຫ້ຄົນທີ່ຮັກເຈົ້າຫຼຸດລອຍໄປ
ສຸດທ້າຍ...ຈົ່ງ...ຢ່າຕັວະຕົນເອງ..

Wednesday, May 23, 2012

ເລື່ອງທີ່2.ການໃຫ້..ທີ່ຄວນຮູ້


ຄວາມສຳຄັນ 
ການໃຫ້ຄວາມສຳຄັນແກ່ຜູ້ອື່ນ ເປັນສິ່ງທີ່ດີ
ແຕ່ກ່ອນທີ່ທ່ານແຕ່ລະທ່ານຈະໃຫ້ຄວາມສຳຄັນກັບຜູ້ອື່ນນັ້ນ ທ່ານເຄີຍໃຫ້ຄວາມສຳຄັນແກ່ຕົວເອງຫຼືຍັງ
ຖ້າທ່ານ ຍັງບໍ່ເຄີຍ ສະແດງວ່າທ່ານກໍ່ບໍ່ສາມາດໃຫ້ຄວາມສຳຄັນແກ່ຄົນອື່ນໄດ້ເຊັ່ນກັນ.

ຄວາມຮັກ
ທ່ານເຄີຍໃຫ້ຄວາມຮັກກັບຄົນອື່້ນນອກຈາກຍາດພີ່ນ້ອງຕົວເອງຫຼືບໍ່
ຖ້າທ່ານເຄີຍ ຈົ່ງຈ່ື່ໄວ້ວ່າຄົນທີ່ທ່ານຮັກ ບໍ່ຈຳເປັນວ່າ ຈະຕ້ອງຮັກທ່ານຕອບ
ຢ່າຄາດຫວັງກັບຄົນທີ່ທ່ານຮັກຫຼາຍເກີນໄປ ເພາະມັນອາດເຮັດໃຫ້ທ່ານຜິດຫວັງໄດ້
ແຕ່ຖ້າທ່ານບໍ່ເຄີຍ ຈົ່ງຖາມຕົນເອງວ່າ ເປັນຫຍັງຈຶ່ງບໍ່ຮັກໃຜຈັກຄົນນຶ່ງ
ເຈົ້າຢ້ານວ່າຊິເຈັບ ຫຼື ຢ້ານວ່າຊິໂດນຫຼອກລວງ ແມ່ນຫຼືບໍ່
ແລ້ວຖ້າທ່ານແມ່ນຈັ່ງຊັ້ນລ່ະ ທ່ານຊິບໍ່ຄິດລອງເບິ່ງບໍ ເພື່ອເປັນລົດຊາດຂອງຊີວິດ

ທ່ານເຄີຍໄດ້ຮັບຄວາມຮັກຈາກຜູ້ອື່ນທີ່ບໍ່ແມ່ນຍາດພີ່ນ້ອງຂອງທ່ານຫຼືບໍ່
ຖ້າທ່ານເຄີຍ ຈົ່ງດີໃຈແລະຍິນດີ
ແລະຈົ່ງຖະໜອມໃຈຂອງຄົນຜູ້ນີ້ໄວ້ ເພາະຄົນທີ່ທ່ານຮັກອາດຈະບໍ່ໄດ້ຮັກທ່ານ
ແຕ່ບຸກຄົນຜູ້ນີ້ອາດຈະຮັກທ່ານ ສຸດຈິດສຸດໃຈທີ່ລາວມີໄດ້ກໍ່ອາດຈະເປັນໄດ້
ແລະຖ້າທ່ານຮັກຜູ້ນີ້ ຈົ່ງຢ່າເສຍເວລາປິດບັງຄວາມໃນໃຈນີ້ເລີຍ

ເພາະເປັນໂອກາດຂອງທ່ານແລ້ວ
ຖ້າທ່ານຍັງປິດບັງແລ້ວ ທ່ານອາດຈະເສຍໃຈໄປຕະຫຼອດຊີວິດຂອງທ່ານກະເປັນໄດ້ໄດ໋
ຖ້າທ່ານບໍ່ເຄີຍ ຈົ່ງຢ່າເສຍໃຈ ແລະ ຢ່າທໍ້ຖອຍ ໃນໂລກນີ້ ຕ້ອງມີມື້ນຶື່ງທີ່ມີຄົນມາຮັກທ່ານ

Tuesday, May 22, 2012

ບົດຄວາມໃຫ້ກຳລັງໃຈ ເລື່ອງທີ່1



ເລື່່ອງທີ່ 1. ກຳລັງໃຈ
 ການພິສູດຕົນເອງທີ່ດີ ແມ່ນອາໄສເວລາ ແລະ ການກະທໍາ ບໍ່ແມ່ນອະທິບາຍແລະເຫດຜົນ
 ຄວາມລ່າເລີງເປັນຢາບໍາລຸງ ຄວາມຫວັງເປັນຢາບໍາລຸງ ເມດຕາເປັນຢາບັນເທົາ
 ດ້ວຍຮັກທີ່ຈະຮຽນຮູ້ ລົ້ມເຫລວ ບໍ່ແມ່ນເລືອງໜ້າອາຍ ມັນໃຫ້ບົດຮຽນ ແລະ ພິສູດສັດທາ
ເຮົາເປັນຜູ້ເຮັດວຽກ ຢ່າໃຫ້ວຽກເປັນຜູ້ກະທຳເຮົາ ໃຫ້ວຽກງານ ເປັນສ່ວນໜຶ່ງຂອງຊີວິດ ໃຫ້ຊີວິດພຽງຮູ້ຈັກຮັກການງານ
ຊີວິດທີ່ສົດຊື່ນແຈ່ມໃສ ກ້າວເດີນໄປດ້ວຍການຮຽນຮູ້ ສັນໂດດຢູ່ດ້ວຍການສະແຫວງຫາ
ຜິດພາດຍ່ອມຜິດຫວັງ ຄົນເຮົາຜິດຫວັງໄດ້ສະເໝີ ແຕ່ຢ່າຍອມຢູ່ຢ່າງສິ້ນຫວັງ
ໃນຄວາມວ້າເວ່ງຽບເຫງົາ ພຽງເຮົາຮູ້ຈັກສະຫງົບ ເຮົາຈະພົບຕົວເຮົາເອງ


ຮອຍແປ້ວໃນໃຈຂອງນັກສູ້ ບໍ່ແມ່ນຢູ່ທີ່ເຄີຍລົ້ມເຫລວ ແຕ່ຢູ່ທີ່ບໍ່ຍອມເລີ່ມຕົ້ນໃໝ່
ຖ້າໃຈຈະຕ້ອງປວດລ້າວ ແນວໃດໃຈມັນກໍຕ້ອງປວດ ຈະໄວເກີນໄປປະມານມື້ສອງມື້ກະສິເປັຫຍັງ.
ເສຍເປັນຂັ້ນໄດ ຊະນະເປັນສະພານ ປະສົບການເປັນບົດຮຽນ.




**********************
ບົດຄວາມຈາກ .dhammajak.net

Thursday, May 10, 2012

ໃນປະເທດເນປານ Nepal ທີ່ມີໃນເວັບໃຫ້ຈອງມີດັ່ງນີ້:

ບັນດີໂຮງແຮມທີ່ຢູ່ໃນເຄືອຂອງ Global Rich Club


Hotel Name:Park Village Resort
Address:Budhanikantha
Hotel WebSite:http://www.kathmanduhotel-link.com
Rate():4 ດາວ


Hotel Name:Grand Hotel
Address:Kathmandu
Hotel WebSite:http://www.grandhotelnepal.com
Rate():4 ດາວ


Hotel Name:Malla Hotel
Address:Leknath
Hotel WebSite:http://www.hotelmalla.com
Rate():5 ດາວ