Tuesday, May 22, 2012

ບົດຄວາມໃຫ້ກຳລັງໃຈ ເລື່ອງທີ່1



ເລື່່ອງທີ່ 1. ກຳລັງໃຈ
 ການພິສູດຕົນເອງທີ່ດີ ແມ່ນອາໄສເວລາ ແລະ ການກະທໍາ ບໍ່ແມ່ນອະທິບາຍແລະເຫດຜົນ
 ຄວາມລ່າເລີງເປັນຢາບໍາລຸງ ຄວາມຫວັງເປັນຢາບໍາລຸງ ເມດຕາເປັນຢາບັນເທົາ
 ດ້ວຍຮັກທີ່ຈະຮຽນຮູ້ ລົ້ມເຫລວ ບໍ່ແມ່ນເລືອງໜ້າອາຍ ມັນໃຫ້ບົດຮຽນ ແລະ ພິສູດສັດທາ
ເຮົາເປັນຜູ້ເຮັດວຽກ ຢ່າໃຫ້ວຽກເປັນຜູ້ກະທຳເຮົາ ໃຫ້ວຽກງານ ເປັນສ່ວນໜຶ່ງຂອງຊີວິດ ໃຫ້ຊີວິດພຽງຮູ້ຈັກຮັກການງານ
ຊີວິດທີ່ສົດຊື່ນແຈ່ມໃສ ກ້າວເດີນໄປດ້ວຍການຮຽນຮູ້ ສັນໂດດຢູ່ດ້ວຍການສະແຫວງຫາ
ຜິດພາດຍ່ອມຜິດຫວັງ ຄົນເຮົາຜິດຫວັງໄດ້ສະເໝີ ແຕ່ຢ່າຍອມຢູ່ຢ່າງສິ້ນຫວັງ
ໃນຄວາມວ້າເວ່ງຽບເຫງົາ ພຽງເຮົາຮູ້ຈັກສະຫງົບ ເຮົາຈະພົບຕົວເຮົາເອງ


ຮອຍແປ້ວໃນໃຈຂອງນັກສູ້ ບໍ່ແມ່ນຢູ່ທີ່ເຄີຍລົ້ມເຫລວ ແຕ່ຢູ່ທີ່ບໍ່ຍອມເລີ່ມຕົ້ນໃໝ່
ຖ້າໃຈຈະຕ້ອງປວດລ້າວ ແນວໃດໃຈມັນກໍຕ້ອງປວດ ຈະໄວເກີນໄປປະມານມື້ສອງມື້ກະສິເປັຫຍັງ.
ເສຍເປັນຂັ້ນໄດ ຊະນະເປັນສະພານ ປະສົບການເປັນບົດຮຽນ.




**********************
ບົດຄວາມຈາກ .dhammajak.net

No comments:

Post a Comment