Wednesday, May 23, 2012

ເລື່ອງທີ່2.ການໃຫ້..ທີ່ຄວນຮູ້


ຄວາມສຳຄັນ 
ການໃຫ້ຄວາມສຳຄັນແກ່ຜູ້ອື່ນ ເປັນສິ່ງທີ່ດີ
ແຕ່ກ່ອນທີ່ທ່ານແຕ່ລະທ່ານຈະໃຫ້ຄວາມສຳຄັນກັບຜູ້ອື່ນນັ້ນ ທ່ານເຄີຍໃຫ້ຄວາມສຳຄັນແກ່ຕົວເອງຫຼືຍັງ
ຖ້າທ່ານ ຍັງບໍ່ເຄີຍ ສະແດງວ່າທ່ານກໍ່ບໍ່ສາມາດໃຫ້ຄວາມສຳຄັນແກ່ຄົນອື່ນໄດ້ເຊັ່ນກັນ.

ຄວາມຮັກ
ທ່ານເຄີຍໃຫ້ຄວາມຮັກກັບຄົນອື່້ນນອກຈາກຍາດພີ່ນ້ອງຕົວເອງຫຼືບໍ່
ຖ້າທ່ານເຄີຍ ຈົ່ງຈ່ື່ໄວ້ວ່າຄົນທີ່ທ່ານຮັກ ບໍ່ຈຳເປັນວ່າ ຈະຕ້ອງຮັກທ່ານຕອບ
ຢ່າຄາດຫວັງກັບຄົນທີ່ທ່ານຮັກຫຼາຍເກີນໄປ ເພາະມັນອາດເຮັດໃຫ້ທ່ານຜິດຫວັງໄດ້
ແຕ່ຖ້າທ່ານບໍ່ເຄີຍ ຈົ່ງຖາມຕົນເອງວ່າ ເປັນຫຍັງຈຶ່ງບໍ່ຮັກໃຜຈັກຄົນນຶ່ງ
ເຈົ້າຢ້ານວ່າຊິເຈັບ ຫຼື ຢ້ານວ່າຊິໂດນຫຼອກລວງ ແມ່ນຫຼືບໍ່
ແລ້ວຖ້າທ່ານແມ່ນຈັ່ງຊັ້ນລ່ະ ທ່ານຊິບໍ່ຄິດລອງເບິ່ງບໍ ເພື່ອເປັນລົດຊາດຂອງຊີວິດ

ທ່ານເຄີຍໄດ້ຮັບຄວາມຮັກຈາກຜູ້ອື່ນທີ່ບໍ່ແມ່ນຍາດພີ່ນ້ອງຂອງທ່ານຫຼືບໍ່
ຖ້າທ່ານເຄີຍ ຈົ່ງດີໃຈແລະຍິນດີ
ແລະຈົ່ງຖະໜອມໃຈຂອງຄົນຜູ້ນີ້ໄວ້ ເພາະຄົນທີ່ທ່ານຮັກອາດຈະບໍ່ໄດ້ຮັກທ່ານ
ແຕ່ບຸກຄົນຜູ້ນີ້ອາດຈະຮັກທ່ານ ສຸດຈິດສຸດໃຈທີ່ລາວມີໄດ້ກໍ່ອາດຈະເປັນໄດ້
ແລະຖ້າທ່ານຮັກຜູ້ນີ້ ຈົ່ງຢ່າເສຍເວລາປິດບັງຄວາມໃນໃຈນີ້ເລີຍ

ເພາະເປັນໂອກາດຂອງທ່ານແລ້ວ
ຖ້າທ່ານຍັງປິດບັງແລ້ວ ທ່ານອາດຈະເສຍໃຈໄປຕະຫຼອດຊີວິດຂອງທ່ານກະເປັນໄດ້ໄດ໋
ຖ້າທ່ານບໍ່ເຄີຍ ຈົ່ງຢ່າເສຍໃຈ ແລະ ຢ່າທໍ້ຖອຍ ໃນໂລກນີ້ ຕ້ອງມີມື້ນຶື່ງທີ່ມີຄົນມາຮັກທ່ານ

No comments:

Post a Comment